Jump to content

User:Naneekhammeun

From Wikipedia, the free encyclopedia

ກ່ອນອື່ນຕ້ອງຂໍອະນຸຍາດນຳເຈົ້າຂອງສະຖານທີ່ເອື້ອອຳນວຍຄວາມສະດວກໃຫ້ຂ້າພະເຈົ້າໄດ້ຂຽນບົດຄວາມແລະແບ່ງປັນຂໍ້ມູນຕ່າງໆທີ່ເປັນພາສາລາວເພື່ອເປັນການຊອກຫາຂໍ້ມູນທາງອິນເຕີເນັດຂອງຄົນລາວທັງພາຍແລະຕ່າງປະເທດງ່າຍຂຶ້ນ ໃນການນຳສະເໜີຂໍ້ມູນນີ້ຈະເປັນການອ້າງອິງເອົາມາຈາກປື້ມຕຳລາຕ່າງໆທີ່ຖຶກຂຽນຂຶ້ນໂດຍນັກຂຽນລາວທັ້ງຫລາຍທັ້ງໃນອາດິດແລະປະຈຸບັນ ສະນັ້ນ,ວັນນີ້ຈະຂໍແນະນຳວກ່ຽວກັບວັດທະນະທຳລາວທາງດ້ານຮີດຄອງປະເພນີ້ລາວ.

ອື່ງຕາມສຳນັກພີມລັດວິສາຫະກິດ ໂຮງພິມແຫ່ງລັດ ລາວ ໄດ້ຂຽນຄຳນຳແລະໃຫ້ຄວາມຫມາຍຂອງຄຳວ່າ "ປະເພນີ" ກໍໝາຍເຖິງຂະນົບທຳນຽມແລະ ແບບແຜນໃນການປະພຶດປະຕິບັດຂອງຄົນ ບໍ່ວ່າຊາດໃດໆກໍ່ຍ່ອມມີປະເພນີເປັນຂອງຕົນເອງ,ດັ່ງດຽວກັບຊາດລາວຂອງເຮົາກໍ່ມີປະເພນີວັດທະນະທຳຂອງລາວ,ໂດຍສະເພາະປະເພນີໃນສະໄໝບູຮານນັ້ນລ້ວນແຕ່ເປັນມູນມໍລະດົກອັນປະເສີດເລີດລ້ຳແລະຜູກພັນກັບການດຳລົງຊີວິດຂອງຄົນລາວ ທັງກາຍເປັນລັກສະນະສະເພາະຂອງຄົນລາວບັນດາເຜົ່າມາຕະຫລອດຈົນເຖິງປະຈຸບັນນີ້. ດັ່ງນັ້ນ,ປະເພນີລາວບູຮານກໍ່ຍັງຖືກນຳໃຊ້ຢູ່ໃນສັງຄົມລາວແລະກໍ່ເປັນການເອກອ້າງ,ບົ່ງບອກເຖີງຮີດຄອງປະເພນີວັດທະນະທຳອັນດີງາມຂອງຊາດ.ຮີດຄອງປະເພນີອັນນີ້ ໄດ້ສຶບທອດກັນມາແຕ່ສະໄໝບູຮານນະການ,ຕັ້ງແຕ່ລາວເຮົາໄດ້ອາໄສຢູ່ຜືນແຜ່ນດີແຫ່ງນີ້.

ຄວາມຮູ້ເບື້ອງຕົ້ນກ່ຽວກັບວັດທະນະທຳ

ຄົນເຮົາທີ່ເກີດມາບົນໂລກພິພົບໜ່ວຍນີ້ໄດ້ສະສົມໄວ້ເຊິ່ງຄວາມດີ ແລະຄວາມບໍ່ດີຫລາຍສິ່ງຫລາຍເປັນຕົ້ນແມ່ນ: ຮູບແບບຂອງວັດຖຸ ເຄື່ອງໃຊ້ສອຍ,ຮູບແບບກິດຈະການກໍ່ສ້າງອາຄານສະຖານທີ່ຢູ່ອາໄສຕ່າງໆ. ຄວາມສາມາດທາງດ້ານສະຕິປັນຍາມັນສະໝອງ,ລະບຽບແບບແຜນໃນການປົກຄອງ. ສະຕິສຳນຶກໃນຄວາມຮັກເຊື້ອແພງຊາດຄວາມສະໝານສາມັກຄີ ນ້ຳໃຈອົດທົນບໍ່ຍອມເປັນຂ້ອຍຂ້າ,ລະບຽບແບບແຜນອັນຈົບງາມ ແລະ ອື່ນໆ. ສັງລວມແລ້ວ ວັດທະນະທຳແມ່ນຄຸນຄ່າອັນຍອດຍິ່ງທາງດ້ານວັດຖຸ ແລະຈິດໃຈທີ່ມວນມະນຸດໄດ້ສ້າງໄວ້ໃນຫລາຍເຊັ່ນຄົນ,ໃນຫລາຍຍຸກສະໄໝ ຫລືເວົ້າອິກຢ່າງໜຶ່ງແມ່ນ ວັດທະນະທຳແມ່ນເຄຶ່ງວັດແທກເຖິງຄວາມຈະເລີນ ແລະຄວາມເສື່ອມໃນລະບົບເສດຖາກິດສັງຄົມໜຶ່ງໆຊຶ່ງຂາດບໍ່ໄດ້, ຈຸດໝາຍຂອງມັນກໍ່ຄື ມວນມະນຸດທີ່ເປັນຜູ້ສ້າງ ແລະເປັນຜູ້ນຳໃຊ້ຄຸນຄ່າຂອງວັດທະນະທຳໃນແຕ່ລະດ້ານ ໃຫ້ສອດຄ່ອງແທດເໝາະກັບຍຸກສະໄໝ

ສະນັ້ນ,ວັດທະນະທຳປະຈຳຊີວິດມີ: ວັດທະນະທຳການເກີດ( ການຢູ່ກຳ ຫລືຢູ່ໄຟ) ວັດທະນະທຳການບວດ ຮຽນ


ວັດທະນະທຳການແຕ່ງດອງ (ສ້າງຄອບຄົວ) ວັດທະນະທຳເຖິງແກ່ມໍລະກຳ (ຕາຍ ຫລືສິ້ນຊິວິດນັ້ນເອງ)

ທັງສີ່ຢ່າງນີ້ ລ້ວນແຕ່ມີການຈັດພິທີສະເພາະໃຫ້ (ຖືວ່າເປັນຄ່າຊີວິດຂອງຄົນ) ລາຍລະອຽດນັ້ນໃຫ້ຕິດຕາມເບີ່ງການ ສະເໜີເນື້ອໃນແຕ່ລະຂັ້ນຕ້ອນທີ່ກ່າວມາຂ້າງເທີງນັ້ນດ້ວຍ.

ວັດທະນະທຳກັບການເກີດ

ການເກີດ, ການບວກຮຽນຂຽນອ່ານ,ການແຕ່ງດອງ,ວິຖີດຳເນີນຊີວິດ ແລະການເຖີງມໍລະນະກຳນັ້ນ ແມ່ນກົດເກນຂະຫຍາຍຕົວ ຂອງສັງຄົມມະນຸດ,ບໍ່ວ່າຊາດໃດ,ສັງຄົມໃດ ກໍ່ຕ້ອງໄດ້ຜ່ານກົດເກນດັ່ງກ່າວນີ້. ແຕ່ລະຊາດ ກໍ່ມີການເກີດ ແລະມີພິທີກຳອັນສະເພາະຂອງຕົນ, ເວົ້າສະເພາະຢູ່ ສ.ປ.ປ.ລາວ ກໍ່ມີການເກີດແລະມີພິທີກຳຕໍ່ການເກີດອັນສະເພາະຂອງຕົນ ດັ່ງລາຍລະອຽດລຸ່ມນີ້: ແມ່ຍິງລາວເມື່ອຄົນໃດຫາກໄດ້ຖືພາ (ຫລືຕັ້ງຄັນ) ແລ້ວພໍ່ແມ່ເຖົ້າແກ່ກໍ່ຕັກເຕືອນໃຫ້ລະມັດລະວັງ,ບໍ່ໃຫ້ເຮັດວຽກງານໜັກຫລາຍ ທັ້ງບໍ່ໃຫ້ລົ້ມ. ເພາະຢ້ານລູກນ້ອຍຢູ່ໃນທ້ອງນັ້ນຫລຸ ຫລືຄອດອອກກ່ອນກຳນົດເກີດ,ໂດຍສະເພາະ ແມ່ນລູກຫົວສາວ (ຫລືເກີດຄົນທຳອິດ) ແມ່ນຖືພາຮອດເກົ້າເດືອນເຕັມ ກໍ່ເກີດແລ້ວ,ຖ້າແມ່ນແມ່ເກົ່າທີ່ເຄີຍຜ່ານການເກີດລູກມາກ່ອນແລ້ວ ອາດຈະຖືພາຮອດສິບ ເດືອນ, ແຕ່ຕາມກົດເກນ ແມ່ນສິບເດືອນຈິ່ງເກີດກໍ່ມີ ແລ້ວແຕ່ສຸຂະພາບຂອງແຕ່ລະຄົນ. ເມື່ອຮູ້ວ່າ: ເມຍຕົນຖືພາໄດ້ສອງຫລືສາມເດືອນແລ້ວ ຜູ້ເປັນຜົວກໍ່ຫ້າງຫາກະກຽມຊອກຫລົວຫາຟືນ ຫລືຖ່ານດັງມາໄວ້ໃຫ້ພຽງພໍ ເພື່ອຈະຢູ່ກຳໄຟ ( ນັ່ງໄຟ). ສ່ວນຟືນນັ້ນ ຕ້ອງແມ່ນໄມ້ຊະນິດດີ ດັງເປັນຖ່ານ,ຖ້າແມ່ນລູກຫົວສາວ (ເກີດທຳອິດ) ເພິ່ນກຽມໄວ້ດັງປະມານສອງຫາສາມແມັດກ້ອນ,ເນື່ອງຈາກເປັນລູກຫົວສາວ ເພິ່ນຈິ່ງໃຫ້ຢູ່ກຳໄຟດົນປະມານຊາວຫາສາມສິບວັນ ກໍ່ມີຫລາຍຄົນ,ເມື່ອເກີດຜູ້ຕໍ່ໄປຈິ່ງຄ່ອຍຫລຸດລົງຕາມລຳດັບຈົນເຖິງຕ່ຳສຸດສາມຫາເຈັດວັນອິງໃສ່ສະພາບແລະເງຶ່ອນໄຂຕົວຈິງ. ເມື່ອເຖິງເດືອນຄອດແລ້ວ ຜູ້ກ່ຽວຍິ່ງລະມັດລະວັງ,ໂດຍສະເພາະ ແມ່ນການເຮັດວຽກ,ການໄປມາ. ເວລາຮອດມື້ເກີດແທ້ໆ ຈະປາກົດມີອາການເຈັບທ້ອງ,ຮວ່ານຮົນ.ໃນເວລານັ້ນ ຜູ້ເປັນຜົວ,ພໍ່ແມ່ ແລະຍາດພີ່ນ້ອງກໍ່ພາກັນມາຕິດຕາມ ຫຸ້ມຫໍ່ ເບິ່ງແຍ່ງຊ່ວຍເຫລຶອຜູ້ກ່ຽວ. ແຕ່ປະຈຸບັນສ່ວນຫລາຍ ແມ່ນໄປເກີດຢູ່ໂຮງໝໍໃຫ່ຍ ເພື່ອຄວາມສະດວກ ແລະຄວາມປອດໄພຕໍ່ສຸຂະພາບແມ່ ແລະ ເດັກ. ເມື່ອລູກນ້ອຍເກີດອອກມາພົ້ນຈາກທ້ອງແມ່ແລ້ວ ເພິ່ນພາກັນຈັດແຈງຫາເຮັດເຕົາໄຟ ເພື່ອຈະຢູ່ກຳຕໍ່ໄປ. --Naneekhammeun (talk) 10:53, 29 December 2011 (UTC) (ວັດທະນະທຳ ທາງດ້ານຮິດຄອງປະເພນີລາວ,ຮິບໂຮມຮຽບຮຽງໂດຍ: ຈັນລາ ດວງມາລາ, ຈັດພິມໂດຍ ສຳນັກພຶມແລະຈຳໜ່າຍປື້ມແຫ່ງລັດ ສ.ປ.ປ.ລາວ,ວຽງຈັນ ,2003).